ເປີດຊຸດຝຶກອົບຮົມວຽກງານບັນຊີວິສາຫະກິດໃຫ້ພະນັກງານລັດຖະກອນຂະແແໜງການເງິນ ວັນທີ 28/2/2022

 ປີດຊຸດຝຶກອົບຮົມວຽກງານບັນຊີວິສາຫະກິດໃຫ້ພະນັກງານລັດຖະກອນຂະແແໜງການເງິນ

ໃນຕອນເຊົ້າວັນທີ 28 ກຸມພາ 2022 ທີ່ຫ້ອງປະຊຸມ ຊອງວິທະຍາໄລການເງິນພາກໃຕ້ ກົມຈັດຕັ້ງພະນັກງານກະຊວງການເງິນ ແລະ ກົມຄຸ້ມຄອງການບັນຊີ ຮ່ວມກັບສະຖາບັນການເງິນ-ການບັນຊີ ແລະ ວິທະຍາໄລການເງິນພາກໃຕ້ ໄດ້ເປີດຊຸດຝຶກອົບຮົມວຽກງານການບັນຊີໃຫ້ພະນັກງານຂະແໜງການເງິນ 5 ແຂວງ (ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ອັດຕະປື, ເຊກອງ ແລະ ພະນັກງານສະຖາບັນການສຶກສາຢູ່ແຂວງຈຳປາສັກ ໂດຍການເປັນປະທານ ຂອງ ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ, ທ່ານ ວັນໄຊ ທອງສີທາວົງ ຮອງຫົວໜ້າກົມຄຸ້ມຄອງບັນຊີ, ທ່ານ ຟອງສີສຸພັນ ພົມມະວົງ ຮອງຫົວໜ້າສະຖາບັນການເງິນ-ການບັນຊີ. ມີຫົວຫົວໜ້າພະແນກການເງິນ, ຫົວໜ້າສ່ວຍສາອາກອນຈາກ5ແຂວງ ແລະ ຄະນະນຳຂອງສະຖາບັນການສຶກສາໃນແຂວງຈຳປາສັກ ພ້ອມດ້ວຍນັກສຳມະນາກອນຈຳນວນ59 ຄົນ ເຂົ້າຮ່ວມ.
ການຝຶກອົບຮົມຊຸດນີ້ ຈະໄຊ້ເວລາ 20 ວັນລັດຖະການ ເຊິງຈະຝຶກໃນ3 ຫົວຂໍ້ຄື:
1 ຫຼັກການບັນຊີວິສາຫະກິດ
2 ລາຍການທີ່ເກີດຂຶ້ນໃນສະໃໝ.
3 ການສ້າງເອກກະສານລາຍງານການເງິນ ແລະ ການນຳໃຊ້ໂປຣແກມບັນຊີຄູ່.
By: Bounyor KEOBUAPHA



















ใหม่กว่า เก่ากว่า
ວິທະຍາໄລການເງິນພາກໃຕ້