ເປີດກອງປະຊຸມ ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງວິທະຍາໄລການເງິນພາກໃຕ້

  ໃນວັນທີ 22/2/2022 ເປີດກອງປະຊຸມ ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງວິທະຍາໄລການເງິນພາກໃຕ້.

ໃນພິທີໄດ້ຮັບກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ປອ ສຸປານີ ສິລິປຸນໂຍ ຄະນະປະຈຳພັກແຂວງ,ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ປອ ສຸກກະເສີມ ສີຫານຸວົງ ກຳມະການພັກແຂວງ,ຫົວໜ້າພະແນກການເງິນແຂວງ , ທ່ານ ນ ບຸນເພັງ ພົມມາພັກດີ ເລຂາໜ່ວຍພັກຮາກຖານ ຜູ້ອຳນວຍການ, ມີຄະນະກຳມະການຂັ້ນແຂວງ. ຫົວໜ້າຂະແໜງ ຮອງຂະແໜງ ແລະ ສາມະຊິກພັກສົມບູນ ເຂົ້າຮ່ວມຢ່າງພ້ອມພຽງ ໂດຍໄດ້ມີການບ່ອນບັດທາບທາມເອົາບຸກຄະລາກອນສືບທອດ ປ່ຽນແທນ ເພື່ອບັນຈຸເຂົ້າໃສ່ຕຳແໜ່ງບໍລິຫານປະເພດ 3-ປະເພດ 6 , ພີທີກໍ່ໄດ້ສຳເລັດ ແລະ ປິດລົງໃນຕອນບ່າຍວັນດຽວກັນຢ່າງສະຫງ່າງາມ.
ຂ່າວ: ບຸນຍໍ ແກ້ວບົວພາ
ພາບ: ຄຳໃບ ສຸວັນນະຊັບ








ใหม่กว่า เก่ากว่า
ວິທະຍາໄລການເງິນພາກໃຕ້